ດາວໂຫລດ ແລະ ຕິດຕັ້ງ font Phetsarath OT ສຳລັບ Windows

Font Phetsarath ແມ່ນຟອນທີຈຳເປັນຕ້ອງໄດ້ມີເພາະວ່າເປັນຟອນທີ່ໃຊ້ສຳລັບພິມເອກະສານ,ລາຍງານ,ວຽກບ້ານໃນ Microsoft word, ນຳສະເໜີວຽກຜ່ານ Powerpoint ແລະອື່ນໆ ອີກຫຼາຍຢ່າງ.

ແຕ່ຖ້າຄອມເຮົາບໍ່ມີຊິເຮັດແນວໃດ, ແອັດມິນເອງກໍເຄີຍພົບບັນຫານີ້ ເພາະວ່າໄປຊື້ຄອມຢູ່ໄທແລ້ວເຂົາບໍ່ໄດ້ຕິດຕັ້ງມາໃຫ້ T___T ຖ້າພົບບັນຫານີ້ ວິທີແກ້ໄຂມີຫຼາຍວິທີ ເຊັ່ນ: ເອົາໄປຮ້ານ(ເສຍເງິນອີກແລ້ວ), ໃຫ້ໝູ່ແປງໃຫ້ (ເຂົາຊິວ່າງມາແປງໃຫ້ມື້ໃດນິ) ແລະ ວິທີສຸດທ້າຍໂຫລດມາລົງເອງ.

ກ່ອນຈະເຂົ້າຂັ້ນຕອນການຕິດຕັ້ງ ເຮົາຈະຮູ້ໄດ້ຈັ່ງໃດວ່າຄອມພິວເຕີ້ຂອງເຮົາມີແລ້ວຫຼືວ່າບໍ່ມີ ວິທີທີ່ຈະເຮັດໃຫ້ເຮັດໃຫ້ເຮົາຮູ້ຄືຕ້ອງໄປກວດສອບເບິງ. ໂດຍເປີດໂປຣແກຣມ Microsoft office(Word, Excel, Powerpoint) ອັນໃດກໍໄດ້ສຳລັບແອັດມິນຂໍເລືອກເປັນ Microsoft Word 2013.

ເມືອເປີດຂື້ນມາແລ້ວກົດໃສ່ combo box ສຳລັບປຽນຟອນດັ່ງຮູບ

ສຳລັບທີກວດສອບແມ່ນມີຫລາຍວິທີເນາະແຕ່ວ່າແອັດມິນແນະນຳວິທີນີ້ເພາະມັນງ່າຍດິ…ໂອເຄຕໍ່ໄປແມ່ນເຮົາຈະເລີມດາວໂຫລດແລ້ວຕິດຕັ້ງ. ຂັ້ນຕອນດາວໂຫລດ

1 ຄລິກບ່ອນ​ນີ້ ເພື່ອເລີມດາວໂຫລດ

2 ເມື່ອດາວໂຫລດແລ້ວໆ ເປີດ​ໄຟ​ລ ກົດ install

3 ລໍຖ້າ

ພຽງເທົ່ານີ້ເຮົາກໍ່ຟອນລາວງາມໆມາຕິດຕັ້ງໃນເຄືອງຂອງທ່ານແລ້ວຖ້າບົດຄວາມນີີ້ມີປະໂຫຍດ ແມ່ນກົດ Recommand ກົດ Share ເພື່ອເປັນກຳລັງໃຈໃຫ້ພວກເຮົາແນ່ເດີ

ອັບ​ໂຫລດ​ເມື່ອ 03 ເດືອນ 01 ປີ 2018 ໂດຍ Tricky-IT

ບົດ​ຄວາມ​ລ່າ​ສຸດ

keepvid-video-downloader_header_picture

Keepvid ດາວ​ໂຫລດ​ Video ໃນ youtube ຟ​ຣີໂດຍ​ບໍ່​ໃຊ້​ໂປ​ຣ​ແກ​ຣມ​ດາວ​ໂຫລດ

download-and-install-3utools_header_picture

3utools ໂປ​ຣ​ແກ​ຣ​ມ​ຟ​ຣ​ີສຳ​ລັບ​ຄົນ​ໃຊ້​ໄອ​ໂຟນ

Phetsarath-Font_header_picture

ດາວໂຫລດ ແລະ ຕິດຕັ້ງ font Phetsarath OT ສຳລັບ Windows