3utools ໂປ​ຣ​ແກ​ຣ​ມ​ຟ​ຣ​ີສຳ​ລັບ​ຄົນ​ໃຊ້​ໄອ​ໂຟນ

ມື້ນີ້ຈະມາແນະນຳໂປຣແກຣມອຳນວຍຄວາມສະດວກສຳລັບຄົນທີ່ໃຊ້ໄອໂຟນ. ໂດຍໂປຣແກຣມທີ່ຈະມາແນະນຳນີ້ສາມາດດາວໂຫລດເພງ ຮູບ ແອບພິເຄຊັ່ນ ຕ່າງໆຈາກຄອມຂອງທ່ານໃສ່ iDevice ຂອງທ່ານບໍວ່າຈະເປັນ iphone ipad ipod.

ເປັນຫຍັງຕ້ອງໃຊ້ໂປຣແກຣມນີ້?

ສະຫຼຸບກໍຄືໂປຣແກຣມມັນໃຊ້ງານງາຍແລະຟຣີ ຖ້າໄດ້ໃຊ້ແລ້ວການໃຊ້ອຸປະກອນ iDevice ຂອງທ່ານຈະສະດວກຂຶ້ນຫຼາຍ ແອັດມິນເອງແຕ່ກີ້ໃຊ້ໂປຣແກຣມ iTunes ສຳລັບດາວໂຫລດ Application ແຕ່ວ່າຮູ້ສືກວ່າໂຫລດຊ້າຫຼາຍແລະ ບໍ່ສະດວກໃນການໃຊ້ງານ. ລ່າສຸດມີການອັບເດດລະບົບຂອງ Apple ແມ່ນເຮັດໃຫ້ບໍສາມາດດາວໂຫລດ App ຜ່ານ iTunes ໄດ້ ແອັດມິນກໍໄດ້ປ່ຽນມາໃຊ້ 3utools ຮູ້ສືກວ່າຄັກຫຼາຍກໍເລີຍມາແນະນຳໃຫ້ຕິດຕັ້ງ ກ່ອນການຕິດຕັ້ງແມ່ນຕ້ອງໄດ້ຕິດຕັ້ງໂປຣແກຣມ iTunes ກ່ອນເພາະໂປຣແກຣມຈະໄດ້ນຳໃຊ້ driver ທີ່ຕິດມາກັບ iTunes ເຊິງສາມາດເຂົ້າໄປໂຫລດໄດ້ຕາມລິ້ງນີ້ເລີຍ

ຂັ້ນຕອນການຕິດຕັ້ງ

1 ໄປທີ www.3u.com ແລ້ວຄລິກ Download ດັ່ງຮູບ

2 ເມື່ອດາວໂຫລດສຳເລັດແລ້ວເປີດໄຟລຂຶ້ນມາ ແລ້ວກົດ install ເພື່ອເລີມຂັ້ນຕອນການຕິດຕັ້ງ

3 ລໍຖ້າໂປຣແກຣມຕິດຕັ້ງ

4 ເມື່ອໂປຣແກຣມຕິດຕັ້ງສຳເລັດຈະກາປົດໜ້າຕ່າງດັ່ງນີ້ກົດ Launch ເພື່ອເລີມຕົ້ນໂປຣແກຣມ

ຈາກນັ້ນ​ຈະ​ປາ​ກົດ​ໜ້າ​ຕ່າງ​ໂປ​ຣ​ແກ​ຣມ​ພຽງ​ເທົ່າ​ນີ້​ກໍ​ຖື​ວ່າ​ສຳ​ເລັດ​ການ​ຕິດ​ຕັ້ງ

ບົດ​ຄວາມ​ຕໍ່​ໄປ​ແອັດ​ມິນ​ຈະ​ມາ​ບອກວິ​ທີ​ການ​ໃຊ້​ໂປ​ຣ​ແກ​ຣມ​ຈື່​ມ​ອີກ​ສຳ​ລັບ​ມື້​ນີ້​ແອັດ​ມິນ​ຂໍ​ຈົບ​ບົດ​ຄວາມ​ແຕ່​ພຽງ​ເທົ່າ​ນີ້ ໃຜ​ທີ່​ຖືກ​ໃຈ​ກົດ like ກົດ Share ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ແອັດ​ມິນ​ແນ່​ເດີ​ສຳ​ລັບ

ອັບ​ໂຫລດ​ເມື່ອ 04 ເດືອນ 01 ປີ 2018 ໂດຍ Tricky-IT

ບົດ​ຄວາມ​ລ່າ​ສຸດ

keepvid-video-downloader_header_picture

Keepvid ດາວ​ໂຫລດ​ Video ໃນ youtube ຟ​ຣີໂດຍ​ບໍ່​ໃຊ້​ໂປ​ຣ​ແກ​ຣມ​ດາວ​ໂຫລດ

download-and-install-3utools_header_picture

3utools ໂປ​ຣ​ແກ​ຣ​ມ​ຟ​ຣ​ີສຳ​ລັບ​ຄົນ​ໃຊ້​ໄອ​ໂຟນ

Phetsarath-Font_header_picture

ດາວໂຫລດ ແລະ ຕິດຕັ້ງ font Phetsarath OT ສຳລັບ Windows