ສະບາຍດີເວັບເພຈນີ້ຈະບອກເລົ່າຄວາມເປັນມາຂອງເວັບ ແລະ ຈຸດປະສົງຂອງເວັບ .ນອກຈາກນັ້ນກໍຈະເລົ່າເຖິງປະຫວັດຜູ້ຂຽນເວັບ

Tricky-IT ແມ່ນເວັບຫຍັງ?

ແມ່ນເວັບທີ່ຈະມາເທັກນິກຕ່າງໆທີ່ກ່ຽວກັບໂປຣແກຣມຄອມພິວເຕີ້ ຫຼືວ່າ ສະໝາດໂຟນ ແນະນຳໂປຣແກຣມແລະວິທີການດາວໂຫລດໂປຣແກຣມ ແນະນຳວິທີແກ້ໄຂບັນຫາທີ່ມັກພົບເຫັນເວລາໃຊ້ຄອມພິວເຕີຫຼື Smartphone.

ເນື້ອຫາທີ່ເອົາຈະເອົາມາຂຽນແມ່ນ ຜູ້ຂຽນໄດ້ພົບບັນຫາດ້ວຍໂຕເອງ ຫຼື ວ່າໝູ່ມາຖາມເວລາຄອມມີບັນຫາ ໂທສະສັບມີບັນຫາ ຄວາມເປັນມາຂອງເວັບ

ສາເຫດທີເຮັດໃຫ້ເກີດມີເວັບນີ້ Tricky-IT

ຜູ້ທີ່ສ້າງເວັບນີ້ ແມ່ນນັກສຶກສາ ສາຂາເຕັກໂນໂລຊີຂໍ້ມູນຂ່າວສານ(IT) ສຶກສາຢູ່ ປີ 3. ຕອນທີ່ສຶກສາປີ 2 ສຶກສາການຂຽນໂປຣແກຣມຕ່າງໆ ລວມທັ້ງການສ້າງເວັບໄຊລ ແຕ່ວ່າບໍ່ເຄີຍໄດ້ນຳຄວາມຮູ້ທີ່ໄດ້ສຶກສາມານຳໃຊ້ ມີພຽງແຕ່ສ້າງເວັບໄຊລຕາມທີອາຈານໄດ້ມອບໝາຍໃຫ້.

ຈາກນັ້ນໄດ້ໄປອ່ານບົດຄວາມຂອງໂປຣແກຣມເມີຄົນໜື່ງລາວໄດ້ບອກເລົ່າຈຸດເລີມຕົ້ນຂອງລາວໃນການເປັນໂປຣແກຣມເມີ. ຕອນນັ້ນມີຄວາມຄິດວ່າຢາກມີສ້າງເວັບໄຊລເປັນຂອງຕົນເອງ

ເພື່ອເປັນບັນທຶກຈຸດ​ເລີມ​ຕົ້ນການເລີມຂຽນໂປຣແກຣມຂອງ​ຂ້ອຍ ^__^

ຜ່ານໄປ 1 ປີກະບໍ່ໄດ້ເຮັດ. ຕອນ​ນີ້ຮູ້ສຶກເສຍດາຍເວລາຊ່ວງນັ້ນ​ແຮງ ເພາະ​ຫລິ້ນ ເກມ ເບິງ Anime ເບິງ​ໜັງ ມີແຕ່ຄິດວ່າມື້ອື່ນ ຫຼືວ່າເສົາທິດວ່າງໆກ່ອນຈັງເຮັດ ສຸດທ້າຍກະບໍ່ໄດ້ເຮັດ

ຂຶ້ນມາປີ 3 ເດືອນ 10 ປີ 2017 ໄດ້ມີວິຊາທີ່ອາຈານໃຫ້ຈັບກຸ່ມສອງຄົນເລືອກຈະເຮັດຫຍັງກໍໄດ້ມານຳສະເໜີ ໂດຍສິ່ງທີ່ຈະເອົາມານຳສະເໜີຕ້ອງກ່ຽວຂອງກັບສາຂາທີ່ຮຽນຢູ່ ກໍເລີຍເລືອກເອົາສິ່ງທີ່ໄດ້ວາງແຜນໄວ້ແຕ່ບໍ່ໄດ້ເຮັດຈັກເທື່ອມາເປັນຫົວຂໍ້ທີ່ຈະໄປນຳສະເໜີ