ໂປ​ຣ​ແກ​ຣມ​ຫລິ້ນ​ເພ​ງ​ຟ​ຣ​ີ AIMP4

ສະບາຍດີ!!! ມື້ນີ້ຈະມາແນະນຳໂປຣແກຣມຫລິ້ນເພງທີເປັນໂປຣແກຣມຟຣີ

ໂປຣແກຣມນີ້ເປັນໂປຣແກຣມຟັງເພງທີ່ແອັດມິນມັກທີ່ສຸດແອັດມິນ ເອີ້ນວ່າເປັນໂປຣແກຣມຕິດເຄື່ອງຂອງແອັດມິນເລຍ ໂປຣແກຣມທີ່ວ່າມາແມ່ນ ໂປຣແກຣມ Aimp4

ຂັ້ນຕອນການດາວໂຫລດ ແລະ ຕິດຕັ້ງ

1.ເຂົ້າໄປທີ່ http://www.aimp.ru/?do=download ແລ້ວຄລິກ AIMP.RU ເພື່ອເລີມຕົ້ນດາວໂຫລດ(ດັ່ງພາບປະກອບ)

first step

2.ເມື່ອດາວໂຫລດແລ້ວກົດເປີດໄຟລທີ່ດາວໂຫລດມາຈະປາກົດໜ້າຕ່າງດັ່ງນີ້ ກົດ ເລືອກ ພາສາ ແລ້ວກົດ OK

first step

3.ຂັ້ນຕອນນີ້ໂປຣແກຮມ ແນະນຳວ່າຄວນປິດໂປຣແກຣມທຸກໂປຣແກຣມເພື່ອໃຫ້ສະດວກໃນການຕິດຕັ້ງ ຫຼັງຈາກນັ້ນກົດ Next ເພື່ອດຳເນີນການຕໍ່

first step

4.ຕິກທີ່ I agree to the terms of agreement ເພື່ອເປັນການຍອມຮັບຂໍ້ຕົກລົງຂອງໂປຣແກຣມແລ້ວຄລິກ Next

first step

5.ຂັ້ນຕອນນີ້ແມ່ນຂັ້ນຕອນການເລືອກວ່າຈະຕິດຕັ້ງໂປຣແກຣມໄວ້ຢູ່ໃສ ໂດຍໂປຮແກຮມຈະກຳນົດມາໃຫ້ເຮົາສາມາດປ່ຽນບ່ອນຕິດຕັ້ງ ຫຼື ວ່າບໍ່ປ່ຽນກໍໄດ້ ແລະສາມາດເລືອກ ວ່າຈະຕິດຕັ້ງແບບ Portable Version: ເຊິງເຮົາສາມາດ copy ໃສ່ usb ແລ້ວໄປເປີດໃຊ້ຢູ່ເຄືອງອື່ນ Normal: ແມ່ນ version ມາດຕະຖານ (ແອັດມິນແນະນຳວ່າຄວນຕິດຕັ້ງໂຕນີ້) ເມື່ອເລືອກແລ້ວກົດ Next ໄດ້ເລີຍ

first step

6.ຂັ້ນຕອນນີ້ແມ່ນຈະຕັ້ງຄ່າໃຫ້ໂປຣແກຣມເປັນໂປຣແກຣມພື້ນຖານສຳລັບເປີດໄຟລ ເພງໃນເຄືອງຄອມຂອງເຮົາ ຂັ້ນຕອນນີ້ບໍ່ມີຫຍັງພ່ຽງກົດ Next ຕໍ່ໄປໄດ້ເລີຍ

first step

7.ລໍຖ້າໂປຣແກຣມຕິດຕັ້ງ

first step

8.ກົດ Finish ເພື່ອສິນສຸດການຕິດຕັ້ງໂປຣແກຣມ

first step

ພຽງເທົ່ານີ້ເຮົາກໍສາມາດເປີດ file mp3 ຫຼືໄຟລເພງອື່ນໆໃນຄອມຂອງເຮົາໄດ້ຢ່າງສະດວກສະບາຍ ໃຜທີ່ມີຂໍ້ສົງໃສຫຼືບັນຫາໃນການຕິດຕັ້ງສາມາດ ຄອມເມນເພື່ອສອບຖາມລາຍລະອຽດໄດ້ ກົດ Like ກົດ Shared ເພືອເປັນກຳລັງໃຈໃຫ້ແອັດມິນແນ່ເດີ ບົດຄວາມຕໍ່ໄປຈະແມ່ນຫຍັງສາມາດຕິດຕາມໄດ້ທີ່ http://tricky-it.github.io/ ຫຼື ເພຈ Tricky-IT ໄດ້ເລີຍ!!!

ອັບ​ໂຫລດ​ເມື່ອ 02 ເດືອນ 01 ປີ 2018 ໂດຍ Tricky-IT

ບົດ​ຄວາມ​ລ່າ​ສຸດ

keepvid-video-downloader_header_picture

Keepvid ດາວ​ໂຫລດ​ Video ໃນ youtube ຟ​ຣີໂດຍ​ບໍ່​ໃຊ້​ໂປ​ຣ​ແກ​ຣມ​ດາວ​ໂຫລດ

download-and-install-3utools_header_picture

3utools ໂປ​ຣ​ແກ​ຣ​ມ​ຟ​ຣ​ີສຳ​ລັບ​ຄົນ​ໃຊ້​ໄອ​ໂຟນ

Phetsarath-Font_header_picture

ດາວໂຫລດ ແລະ ຕິດຕັ້ງ font Phetsarath OT ສຳລັບ Windows